Skip to content
Thanasup Leasing Office

ຄວາມເປັນມາຂອງບໍລິສັດ

ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 2009, ບໍລິສັດ ທະນະຊັບ ລິດຊິງ ແອນ ຟາຍແນນ ຈຳກັດ ເປັນບໍລິສັດທີ່ບຸກເບິກສິນເຊື່ອຕົ້ນໆຂອງປະເທດລາວ ໃຫ້ຄົນລາວເຂົ້າໃຈແລະເຂົ້າເຖິງແຫຼ່ງທຶນໃນການເຊົ່າສິນເຊື່ອລົດຈັກ ແລະ ລົດໃຫຍ່ ຊ່ວຍຍົກລະດັບຄຸນນະພາບຊີວິດຂອງປະຊາຊົນປະເທດລາວ.

ບໍລິສັດ ທະນະຊັບ ລິດຊິງ ແອນ ຟາຍແນນ ຈຳກັດ ໄດ້ຈະເລີນເຕີບໂຕ ແລະ ເປັນທີ່ຮູ້ຈັກ ດ້ວຍການເລີ່ມຕົ້ນຈາກການມີພະນັກງານທັງໝົດພຽງແຕ່ 10 ຄົນເທົ່ານັ້ນໃນປີ 2009 ແລະ ໄດ້ເຕີບໃຫຍ່ຂະຫຍາຍໂຕຈົນມີພະນັກງານເພີ່ມຂຶ້ນຫຼາຍກວ່າ 100 ຄົນໃນປັດຈຸບັນ. ໄດ້ມີການເພີ່ມປະເພດການໃຫ້ບໍລິການສິນເຊື່ອຈາກສິນເຊື່ອລົດໃຫຍ່ໄປຫາລົດຈັກ ໃນປີ 2010.

ບໍລິສັດ ທະນະຊັບ ຍັງປະກອບດ້ວຍທີມງານທີ່ເຮັດວຽກລວມກັນເປັນທີມທີ່ມີຄວາມຊຽ່ວຊານລະດັບສາກົນ ແລະ ມີບຸກຄະລາກອນທີ່ມີປະສົບການຫຼາຍດ້ານເຊັ່ນ: ດ້ານການເງິນ, ການທະນາຄານ, ກົດໝາຍ, IT, ບໍລິຫານຄວາມສຽ່ງ ແລະ ອື່ນໆ. ຄະນະຜູ້ບໍລິຫານ ບໍລິສັດ ທະນະຊັບລິດຊິງ ແອນ ຟາຍແນນ ຈຳກັດ ຍັງໄດ້ວາງນະໂຍບາຍ ແລະ ຊີ້ນຳແນວທາງໃຫ້ມີຄວາມຮັບຜິດຊອບສູງເພື່ອການບໍລິການທີ່ເປັນເລີດຄຽງຄູ່ກັບການປັບປຸງລະບົບແຜນງານໃຫ້ດີຂຶ້ນ.

ກໍ່ຕັ້ງປີ 2009

ບຸກເບີກສິນເຊື່ອລົດຕົ້ນໆຂອງ ສປປ ລາວ

100+ ພະນັກງານ

ເຕີບໂຕຈາກ 10 ຄົນສູ່ກວ່າ 100 ຄົນ

ປີ 2010

ບໍລິການສິນເຊື່ອຈາກສິນເຊື່ອລົດໃຫຍ່ໄປ ຫາ ລົດຈັກ

ບໍລິສັດ ທະນະຊັບ
ທີມງານ ທະນະຊັບ

ສົນໃຈບໍລິການຂອງເຮົາ?

ຕິດຕໍ່ທີມງານມື້ນີ້ ເພື່ອຮັບຄຳປຶກສາຟຣີ

ໂທ WhatsApp Facebook