Thanasup Leasing & Finance Co., Ltd.
ໜ້າທຳອິດ ຄວາມເປັນມາ ບໍລິການ ໂປຣໂມຊັນ ກິດຈະກຳ ສະໝັກວຽກງານ ພົວພັນພວກເຮົາ

ຄວາມເປັນມາຂອງບໍລິສັດ

ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 2009, ບໍລິສັດ ທະນະຊັບ ລິດຊິງ ແອນ ຟາຍແນນ ຈຳກັດ ໄດ້ຈະເລີນເຕີບໂຕ ແລະ ເປັນທີ່ຮູ້ຈັກ, ດ້ວຍການເລີ່ມຕົ້ນຈາກການມີພະນັກງານທັງໝົດພຽງແຕ່ 10 ຄົນເທົ່ານັ້ນໃນປີ 2009 ແລະ ໄດ້ເຕີບໃຫຍ່ຂະຫຍາຍໂຕຈົນມີພະນັກງານເພີ່ມຂຶ້ນຫຼາຍກ່ວາ 100 ຄົນໃນປັດຈຸບັນ. ໄດ້ມີການເພີ່ມປະເພດການໃຫ້ບໍລິການສິນເຊື່ອຈາກສິນເຊື່ອລົດໃຫຍ່ໄປຫາລົດຈັກ ໃນປີ 2010.

ບໍລິສັດ ທະນະຊັບ ຍັງປະກອບດ້ວຍທີມງານທີ່ເຮັດວຽກລວມກັນເປັນທີມທີ່ມີຄວາມຊ່ຽວຊານລະດັບສາກົນ ແລະ ມີບຸກຄະລາກອນທີ່ມີປະສົບການຫຼາຍດ້ານເຊັ່ນ: ດ້ານການເງິນ, ການທະນາຄານ, ກົດໝາຍ, IT, ບໍລິຫານຄວາມສ່ຽງ ແລະ ອື່ນໆ. ຄະນະຜູ້ບໍລິຫານ ບໍລິສັດ ທະນະຊັບລິດຊິງ ແອນ ຟາຍແນນ ຈຳກັດ ຍັງໄດ້ວາງນະໂຍບາຍ ແລະ ຊີ້ນຳແນວທາງໃຫ້ມີຄວາມຮັບຜິດຊອບສູງເພື່ອການບໍລິການທີ່ເປັນເລີດຄຽງຄູ່ກັບການປັບປຸງລະບົບແຜນງານໃຫ້ດີຂຶ້ນ.