Thanasup Leasing & Finance Co., Ltd.
ໜ້າທຳອິດ ຄວາມເປັນມາ ບໍລິການ ໂປຣໂມຊັນ ກິດຈະກຳ ສະໝັກວຽກງານ ພົວພັນພວກເຮົາ
 

ກິດຈະກຳ

ບໍລິສັດ ທະນະຊັບ ໄດ້ເປັນເຈົ້າພາບຈັດກິດຈະກຳທີ່ມີຄວາມມ່ວນຊື່ນ ແລະ ຕື່ນເຕັ້ນຢູ່ເລື້ອຍໆເພື່ອເລັງໃສ່ການສ້າງໃຫ້ທຸກຄົນຕື່ນຕົວຮັກສາສຸຂະພາບລວມທັງພາຍໃນອົງກອນ, ທຸລະກິດໃນເຄືອ ແລະ ພາກສ່ວນທີ່ກ່ຽວຂ້ອງ.

ລາຍການກິດຈະກຳລ່າສຸດທີ່ ທະນະຊັບ ຈັດຂຶ້ນ (ຕາມລຳດັບການເວລາ):

     

13 ກໍລະກົດ 2019

ບໍລິສັດ ທະນະຊັບ ລິດຊິງ ແອນ ຟາຍແນນຈຳກັດ ພ້ອມດ້ວຍພະນັກງານທັງໝົດໄດ້ຈັດພິທີທຳບຸນທະຫວາຍເພັນໃຫ້ແກ່ພຣະສົງ ທີ່ວັດ ໂຊກໃຫຍ່ ເມືອງໄຊທານີ ນະຄອນຫຼວງວຽງຈັນ ບໍລິສັດຍັງໄດ້ບໍລິຈາກເງິນເພື່ອສົມທົບທຶນເຂົ້າໃນການກໍ່ສ້າງທະພຸດທະຮູບ.

 
 

2 ສິງຫາ 2018

ຈາກໃຈຄອບຄົວທະນະຊັບ ລິດຊິງ ແອນ ຟາຍແນນ ຈຳກັດ, ໄດ້ມອບເຂົ້າສານ ຈໍານວນ 1296 ກິໂລ ຜ່ານຫ້ອງການບ້ານ ຈອມມະນີ ເພື່ອໄປຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມທີ່ ເມືອງ ສະໜາມໄຊ, ແຂວງ ອັດຕະປື

ກໍລະກົດ 2018

ໃນເດືອນ ກໍລະກົດ 2018 ທີ່ຜ່ານມາ, ບໍລິສັດ ທະນະຊັບ ລິດຊິງ ແອນ ຟາຍແນນ ໄດ້ມອບຄອມພິວເຕີ ຈໍານວນ 21 ໜ່ວຍ ໃຫ້ແກ່ 16 ບ້ານ ແລະ ສານປະຊາຊົນ 2 ແຫ່ງ ໃນນະຄອນຫຼວງວຽງຈັນ. ເພື່ອເພີ່ມປະສິດຕິພາບໃຫ້ແກ່ວຽກງານໃຫ້ສະດວກສະບາຍຂຶ້ນ.

 
 

28-07-2018

ໃນວັນທີ 28/07/2018 ບໍລິສັດ ທະນະຊັບ ລິດຊິງ ແອນ ຟາຍແນນ ຈໍາກັດ ໄດ້ມອບເຄື່ອງຊ່ວຍເຫຼືອ ຜູ້ປະສົບໄພ ນໍ້າຖ້ວມທີ ເມືອງ ສະໜາມໄຊ ແຂວງອັດຕະປື, ໂດຍຜ່ານຈຸດບໍລິຈາກ ຂອງ ມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ, (ກູ້ໄພ 1623).

13-07-2018

ໃນວັນທີ 13/07/2017 ທີ່ຜ່ານມາ ບໍລິສັດທະນາຊັບ ລິດຊິງ ແອນ ຟາຍແນນ ຈໍາກັດ, ໄດ້ເຂົ້າຮ່ວມພິທີການມອບຮັບໃບຍ້ອງຍໍ ທີ່ຫ້ອງປະຊຸມ ທະນາຄານພັດທະນາລາວ. ໃນການສົມທົບທຶນ ສົ່ງເສີມວຽກງານຊາວໜຸ່ມ ກະຊວງປ້ອງກັນປະເທດ ໃນການປະຕິບັດວຽກງານ ພາກສະໜາມ, ໂດຍຜ່ານວຽກງານ ຂອງຄະນະຊາວໜຸ່ມ ທະນາຄານແຫ່ງ ສປປລາວ.

 
 

24 ມີຖຸນາ 2018

ກິດຈະກຳ ພະນັກງານໃນເດືອນ ຜ່ານມາຂອງບໍລິສັດທະນາຊັບ ລິດຊິງ ແອນ ຟາຍແນນ ຈໍາກັດ. ໃນວັນທີ 24/06/2017 ທີ່ຜ່ານມາ ບໍລິສັດໄດ້ຈັດ ການຝຶກອົບຮົມ ສະກັດກັ້ນ ແລະ ການຕ້ານອັກຄີໄພ ໃຫ້ແກ່ພະນັກງານ ຊຶ່ງມີວິທະຍາກອນ ຈາກກົມຕໍາຫຼວດ ສະກັດກັ້ນ ແລະ ການຕ້ານອັກຄີໄພ ນະຄອນຫຼວງວຽງຈັນ ມາໃຫ້ຂໍ້ມູນ ແລະ ຝຶກອົບຮົມໃນຄັ້ງນີ້. ການຝຶກອົບຮົມຄັ້ງນີ້ແມ່ນມີການຮຽນຮູ້ທັງ ພາກທິດສະດີ ແລະ ພາກປະຕິບັດ, ຊຶ່ງພະນັກງານທຸກຄົນ ໄດ້ໃຫ້ຄວາມສົນໃຈ ແລະ ກະຕືລືລົ້ນໃນການຮຽນຮູ້ ບໍ່ວ່າຈະເປັນ ການຮຽນຮູ້ກ່ຽວກັບສາຍເຫດຂອງການ ເກີດອັກຄີໄພ, ວັດຖຸຊັກນໍາໄຟ້າ, ອຸປະກອນ ການດັບໄຟ ແລະ ການຫຼີກລ້ຽງຈາກ ການເກີດອັກຄີໄພເປັນຕົ້ນ. ນອກຈາກນັ້ນ ກໍ່ຍັງມີການທົດລອງໃນການດັບເພີງຕົວຈິງອີກດ້ວຍ.

25/06/2016

ບໍ​ລິ​ສັດ ທະ​ນະ​ຊັບ ລິດ​ຊິງ ແອນ ຟາຍ​ແນ​ນ​ຈຳ​ກັດ ແລະ ພ້ອມ​ດ້ວຍ​ພະ​ນັກງານທັງ​ໝົດ​ໄດ້​ຈັດ​ພິ​ທີ​ຖວາຍ​ເພນ​ໃຫ້​ແກ່ພ​ຣະ​ສົງ ວັດ​ບ້ານ ໂນນ​ແສງ​ຈັນ ເມືອງ ໄຊ​ທາ​ນີ ນອກ​ນັ້ນທາງ ​ບໍ​ລິ​ສັດ ແລະ ພະ​ນັກ​ງານຍັງ​ໄດ້​ບໍ​ລິ​ຈາກ​ເ​ງິນ​ເພື່ອ​ສົມ​ທົບ​ທຶນ​ເຂົ້າ​ໃນ​ການ​ກໍ່​ສ້າງ​ພັດ​ທະ​ສີ​ມາ.

 
 

ເດືອນທັນວາ 2013

ໃນທຸກໆ ທ້າຍປີທາງ ບໍລິສັດ ທະນະຊັບ ໄດ້ມີກິດຈະນຳພາ ພະນັກງານພັກຜ່ອນປະຈຳປີ ທີ່ວັງວຽງ ເພື່ອເປັນການຜ່ອນຄາຍຈາກການເຮັດວຽກໜັກມາໝົດປີ.

18/11/2013

ບໍລິສັດ ທະນະຊັບ ລິດຊິງ ແອນ ຟາຍແນນ ຈຳກັດ ພ້ອມທັງພະນັກງານ ໄດ້ຮ່ວມກັນຈັດພິທີຖວາຍເພນ ໃຫ້ແກ່ ວັດຈອມມະນີ ຢ່າງພ້ອມພຽງ ຮຽງໜ້າເພື່ອເປັນ ສິລິມຸງຄຸນແກ່ ບໍລິສັດກ່ອນ ສົ່ງທ້າຍປີເກົ່າ.

 
 

15/11/2013

ບໍລິສັດ ທະນະຊັບ ລິດຊິງ ແອນ ຟາຍແນນ ຈຳກັດ ຮ່ວມຈັດ ໂປຣໂມຊັນ ກັບລົດຈັກ ອິນເດຍ ເຊິ່ງເປັນອີກ ເຄືອຂາຍໜຶ່ງ ຂອງ ບໍລິສັດ ອິນລາວ ອິນເຕີເນເຊິນແນວ.

28/12/2012

ບໍລິສັດ ທະນະຊັບ ລິດຊິງ ແອນ ຟາຍແນນ ຈຳກັດ ໄດ້ຈັດ ພິທີບາສີສູ່ຂວັນ ພ້ອມກັບພະນັກງານທັງໝົດ ຢ່າງພ້ອມພຽງຮຽງໜ້າ ເພື່ອເປັນການຕ້ອນຮັບ ປີໃໝ່ສາກົນ ພ້ອມທັງບັນຍາກາດທີ່ເຕັມໄປ ດ້ວຍຄວາມອົບອຸ່ນມ່ວນຊື່ນ.

 
 

08/12/2012

ການຮ່ວມ ກິດຈະກຳ ເພື່ອສ້າງສາຍໃຍຄວາມສຳພັນ ພາຍໃນ ຂອງ ບໍລິສັດ ແລະ ທັງຍັງເປັນ ການເສີມ ສ້າງຄວາມສາມັກຄີ ໃຫ້ກັບພະນັກງານ ເພື່ອນຮ່ວມ ທັງໝົດ ອີກດ້ວຍ ເຊິ່ງທີມສີບົວນີ້ ກໍ່ເປັນອີກທີມໜຶ່ງ ທີ່ມີຄວາາມສາມັກຄີ ແລະ ໄດ້ຊະນະ ແລະ ໄດ້ຮັບການຊົມເຊີຍ ຈາກກອງເຊຍຢ່າງຫຼວງຫຼາຍ.

08-09/12/2012

ຄາລາວານ ແຫ່ລົດຈັກນ້ອຍ ສະຕາລ້ຽນ ແຕ່ ນະຄອນຫຼວງວຽງຈັນ ໄປສູ່ ເມືອງທ່າລາດ ແລະ ມີຜູ້ເຂົ້າຮ່ວມ ຫຼາຍກ່ວາ 15 ຄົນ ເຊິ່ງນຳທີມງານໂດຍ ທ່ານ ສົມສິນ ອາລຸນໄພໂລດ, ຜູ້ຈັດການທົ່ວໄປຂອງ ບໍລິສັດ ທະນະຊັບ ລິດຊິງແອນຟາຍແນນ ຈຳກັດ.